ລ້າງໄຂມັນໃນລຳໄສ້ນ້ອຍ
- ລ້າງໄຂມັນໃນລຳໄສ້ນ້ອຍ ເຮັດໃຫ້ລະບົບດູດຊຶມດີ ຕົວຈຸລິນຊີທີ່ເກີດໃນໂຍເກິດຈະຊ່ວຍຍ່ອຍ
ໄຂມັນຈາກນົມ ແລະກິນຄວາມຫວານຈາກນ້ຳຜຶ້ງເພື່ອສ້າງແລະລ້ຽງຕົວຈຸລິນຊີເອງໃຫ້
ເຕີບໂຕ ເມື່ອກິນ ໂຍເກິດ+ນົມສົດ+ນ້ຳຜຶ້ງ+ມະນາວ ນອກຈາກຈະລ້າງລຳໄສ້ແລ້ວຍັງມີໄຂມັນ
ຝ່າຍດີແລະຈຸລິນຊີທີ່ມີປະໂຫຍດຕໍ່ຮ່າງກາຍ ຖ້າກິນເວລາ 13.00 - 15.00 ນ. ຈະໄປຊ່ວຍ
ຍ່ອຍຂີ້ເຫຍື້ອໃນລຳໄສ້ນ້ອຍເພື່ອປ່ຽນຂີ້ເຫຍື້ອໃຫ້ເປັນບີ 12 ສົ່ງໄປລ້ຽງສະຫມອງໄດ້ດີຫລາຍ ກິນຕອນ
ເຊົ້າຈະລຸດຄວາມອ້ວນ ກິນຕອນບ່າຍລ້າງລຳໄສ້ນ້ອຍ ແຕ່ກິນຕອນເຢັນຈະອ້ວນ
- ຄົນທີ່ເປັນເບົາຫວານກິນໄດ້ ເພາະຈຸລິນຊີຈະກິນຄວາມຫວານຈາກນ້ຳຜຶ້ງກ່ອນ ເມື່ອປະສົມ
ໂຍເກິດ+ນ້ຳຜຶ້ງ+ນົມສົດ+ມະນາວສຳເລັດແລ້ວຄວນຕັ້ງຖິ້ມໄວ້ສັກພັກໜຶ່ງ (15-30 ນາທີ) ເພື່ອໃຫ້
ຈຸລິນຊີທີ່ມີປະໂຫຍດຂະຫຍາຍຕົວກ່ອນແລ້ວຈຶ່ງກິນ ຖ້າກິນໃນປະລິມານ 500 ຊີຊີ ຈະຊ່ວຍລ້າງ
ເຖິງລຳໄສ້ໃຫຍ່ໄດ້
-ເດັກກິນແລ້ວຈະຊ່ວຍຍ່ອຍເຮັດໃຫ້ອາລົມດີບຳລຸງສະຫມອງໄດ້ດີ